ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

3 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ໂຮງງານປະສານເຫຼົ່າພາກກາງ
ສະຫຼຸບຖອດຖອນບົດຮຽນ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023


    ວັນທີ 21 ສິງຫາ 2023 ນີ້, 3 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ໂຮງງານປະສານເຫຼົ່າພາກກາງ ກົມໃຫຍ່ເຕັກນິກກອງທັບ ໄດ້ສະ
ຫຼຸບຖອດຖອນບົດຮຽນການປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ຂຶ້ນ ໃນວັນທີ 21 ສິງຫາ 2023 ນີ້, ໂດຍ
ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ, ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຄະນະປະຈໍາພັກ
ກົມໃຫຍ່, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ທັງເປັນຫົວໜ້າຄະນະກວດກາ, ຊຸກຍູ້ຂະບວນການປັບປຸງກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ
ໜັກແໜ້ນ ຂອງ ກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນເອກ ສອນວິໄລ ປັນຍາສິດ, ເລຂາຄະນະພັກຮາກຖານ ຫົວໜ້າອໍານວຍການໂຮງງານ
ປະສານເຫຼົ່າພາກກາງ ກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ, ມີບັນດາສະຫາຍຄະນະກວດກາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກ
ແໜ້ນ, ມີຄະນະໜ່ວຍພັກທັງ 3 ໜ່ວຍ ແລະ ບັນດາພະແພກການຕະຫຼອດຮອດພະນັກງານ-ສະມາຊິກພັກເຂົ້າຮ່ວມ.

     ສະຫາຍ ພັນເອກ ສອນວິໄລ ປັນຍາສິດ ເລຂາຄະນະພັກຮາກຖານ ຫົວໜ້າອໍານວຍການໂຮງງານປະສານເຫຼົ່າພາກກາງ ກົມໃຫຍ່ເຕັກນິກກອງ
ທັບ ຂຶ້ນຜ່ານບົດສະຫຼຸບການຕີລາຄາຄຸນນະພາບຂອງສະມາຊິກພັກ, ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ໂຮງງານປະສານເຫຼົ່າພາກກາງ ກົມ
ໃຫຍ່ເຕັກນິກກອງທັບ. ອິງຕາມຄໍາສັ່ງແນະນໍາຂອງຄະນະພັກກະຊວງປ້ອງກັນປະເທດ ສະບັບເລກທີ 2622/ຄພກປທ ລົງວັນທີ 13/7/20218 ບົດ
ແນະນໍາຂອງກົມໃຫຍ່ການເມືອງກອງທັບ ສະບັບເລກທີ 3742/ກມທ, ລົງວັນທີ 18/72018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ
ເຂັ້ມແຂງ ໜັກແໜ້ນ ໃນທົ່ວກອງທັບ, ອິງຕາມແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023. ຂອງຄະນະພັກຮາກຖານ
ໂຮງງານປະສານເຫຼົ່າຫຼວງພະບາງ ກົມໃຫຍ່ເຕັກນິກກອງທັບ, ຜ່ານການຈັດຕັ້ງດຳເນີນຕົວຈິງ ແລະ ການຕິດຕາມບັນທືກການຜ່ານໃບສຳຫຼວດຕີລາຄາ
ແບ່ງປະເພດຕົນເອງ, ການຕີລາຄາແບ່ງປະເພດສະມາຊິກແຕ່ລະສະຫາຍສະມາຊິກພັກ, ການຕີລາຄາແບ່ງປະເພດໜ່ວຍພັກຕາມ 5 ເນື້ອໃນຂອງໜ່ວຍ
ພັກທັງ 3 ໜ່ວຍ ທີ່ຂື້ນກັບຄະນະພັກຮາກຖານ ໂຮງງານປະສານເຫຼົ່າພາກກາງ ກົມໃຫຍ່ເຕັກນິກກອງທັບ, ສາມາດສະຫຼຸບໄດ້ດັ່ງນີ້: ໜ່ວຍພັກພະແນກ
ການເມືອງ ມີສະມາຊິກພັກທັງໝົດ 25, ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 6, ຍິງ 1 ສະຫາຍ, ຕີລາຄາແບ່ງປະເພດ 24 ສະຫາຍ; = 96%, ບໍ່ໄດ້
ເເບ່ງປະເພດ 1 ສະຫາຍ = 04%, (ໄປອົບຮົມຢູ່ ສສ ຫວຽດນາມ), ໜ່ວຍພັກລວມຄະແນນໄດ້ = 9,9 ຈັດຢູ່ໃນປະເພດແຂງ ສະເໜີຮັບຮອງເປັນ
ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ອີກສະໄໝ, ໜ່ວຍພັກພະແນກສ້ອມແປງອາວຸດ ມີສະມາຊິກພັກທັງໝົດ 24 ສະຫາຍ, ຍິ່ງ 3 ສະຫາຍ, ສຳ
ຮອງ 3 ສະຫາຍ, ຕີລາຄາແບ່ງປະເພດ 20 ສະຫາຍ = 83%, ບໍ່ໄດ້ແບ່ງປະເພດ 4 ສະຫາຍ = 17%, (ໄປອົບຮົມຢູ່ ສສ ຫວຽດນາມ 3 ສະຫາຍ, ໄປ
ເຮັດວຽກຢູ່ກົມ 1 ສະຫາຍ), ໜ່ວຍພັກລວມຄະແນນໄດ້ = 9,5 ຈັດຢູ່ໃນປະເພດແຂງ ສະເໜີຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ອີກ
ສະໄໝ, ໜ່ວຍພັກພະແນກສ້ອມແປງ-ກົນຈັກ ມີສະມາຊິກພັກທັງໝົດ 25 ສະຫາຍ, ສຳຮອງ 2 ສະຫາຍ, ຕີລາຄາແບ່ງປະເພດ 20 ສະຫາຍ = 80%,
ບໍ່ໄດ້ແບ່ງປະເພດ 5 ສະຫາຍ = 20%, (ໄປອົບຮົມຢູ່ ສສ ຫວຽດນາມ 4 ສະຫາຍ, ນຽນພາຍໃນ 1 ສະຫາຍ), ໜ່ວຍພັກລວມຄະແນນໄດ້ = 9,2 ຈັດ
ຢູ່ໃນປະເພດແຂງ ສະເໜີຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ອີກສະໄໝ.

     ໃນກອງປະຊຸມຍັງໄດ້ມອບໃບຢັ້ງຢຶນຮອງຮັບເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ກັບ 1 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ໂຮງ
ງານປະສານເຫຼົ່າພາກກາງ ກົມໃຫຍ່ເຕັກນິກກອງທັບ ຢ່າງສົມກຽດ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ ກໍາມະການຄະນະ
ພັກກະຊວງປ້ອງກັນປະເທດ ຄະນະປະຈຳພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ
ຜົນສໍາເລັດທີ່ບັນດາສະຫາຍສະມາຊິກພັກ, ໜ່ວຍພັກທັງ 3 ໜ່ວຍພັກທີ່ຍາດມາໄດ້ໃນຄັ້ງນີ້ ແລະ ຮຽກຮ້ອງເນັ້ນໜັກໃຫ້ຄະນະໜ່ວຍ ປັບປຸງທັດສະນະ
ຮັບຮູ້ແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດຕາມ 5 ຫຼັກການ 3 ທິດນໍາຂອງພັກ ໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບຫຼັກການ, ຕອບ
ຕ້ານໄດ້ທຸກປະກົດການຫຍໍ້ທໍ້ຕ່າງໆບໍ່ໃຫ້ເກີດຂື້ນ, ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນປົກກະຕິ, ພ້ອມກັນຍົກສູງຄວາມຮັບ
ຜິດຊອບ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ພັດທະນາແບບແຜນວິທີເຮັດວຽກ
ທີ່ຮັດກຸມໃຫ້ມີປະສິດທິພາບ, ປັບປຸງການຈັດຕັ້ງປະຕິບັດຫຼັກການລວມສູນປະຊາທິປະໄຕ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບລະອຽດຈະເເຈ້ງ, ມີ
ຄວາມສາມັກຄີເປັນປຶກແຜ່ນ, ແໜ້ນໜາ, ຮັກສາໄດ້ຄວາມ ໜັກແໜ້ນທາງດ້ານຄຸນທາດການເມືອງ, ມີການສໍາຫຼວດກວດກາ, ຖືເອົາການດໍາເນິີນຊີວິດ
ການເມືອງພາຍໃນໜ່ວຍພັກ, ຈຸພັກ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ບັນລຸຜົນເປັນຈິງ.

ແຫຼ່ງທີ່ມາ ພູສະນິດ ສິງເມືອງຄໍາ
ວັນທີ 29/08/2023